ກຸ່ມວິຊາບໍລິຫານທຸລະກິດ ເປັນກຸ່ມວິຊາພື້ນຖານໃຫ້ແກ່ຫລັກສູດການປະກອບກິດຈະການ

ຫລັກສູດ​ນີ້ ອອກ​ແບບ​ມາ​ເພື່ອ​ໃຫ້​ນັກ​ສຶກສາ​ເຂົ້າ​ໃຈ​ບົດບາດ​ຂອງ​ສະ​ຖາ​ບັນ​ການ​ເງິນ ​ແລະ ຕະຫລາດ​ການ​ເງິນ ທີ່​ມີ​ອິດ​ທິພົນ​ຕໍ່​ສະພາບ​ແວດ​ລ້ອມ​ທາງ​ທຸລະ​ກິດ ທີ່​ນັກ​ສຶກສາ​ຈະ​ປະ​ເຊີນ​ໃນ​ອະນາຄົດ.  ນອກ​ນັ້ນ ຍັງ​ຊ່ວຍ​ໃຫ້​ນັກ​ສຶກສາ​ຮຽນ​ຮູ້​ທາງ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ກ່ຽວ​ກັບ​ການ​ເງິນ ​ແລະ ​ເສ​ຖະສາດ​ທີ່​ເຊື່ອມ​ໂຍງ​ລະຫວ່າງ​ຕະຫລາດ​ການ​ເງິນ, ສະ​ຖາ​ບັນ​ການ​ເງິນ, ​ແລະ ​ເສດຖະກິດ.  ​ໃນ​ດ້ານ​ຕະຫລາດ​ການ​ເງິນ, ນັກ​ສຶກສາ​ຈະ​​ໄດ້​ຮຽນ​ຮູ້​ໂຄງ​ສ້າງ​ຂອງ​ຕະຫລາດ ​ເຊິ່ງປະກອບ​ດ້ວຍ​ຕະຫລາດ​ຂັ້ນໜຶ່ງ, ຕະຫລາດ​ຂັ້ນສອງ, ຮຸ້ນ, ຕະຫລາດ​ຕາສານ​ອະນຸພັນ, ຕະຫລາດ​ເງິນ, ຕະຫລາດ​ທຶນ, ຕະຫລາດ​ອັອບຊັນ, ຕະຫລາດ​ຟິວ​ເຈີ, ບໍລິສັດ​ລົງ​ທຶນ, ບໍລິສັດ​ປະກັນ​ໄພ, ກອງ​ທຶນ​ປະກັນ​ສັງຄົມ, ທະນາຄານ​ແຫ່ງ ສປປ ລາວ, ​ແລະ ອື່ນໆ ທີ່​ມີ​ອິດ​ທິພົນ​ໃນ​ລະບົບ​ເສດຖະກິດ.

ວິຊາກົດໝາຍກ່ຽວກັບການເງິນແຫ່ງລັດ (Public Finance Law) ສຶກສາກ່ຽວກັບງົບປະມານແຫ່ງລັດ, ກ່ຽວກັບລະບົບບັນຊີ ເຊັ່ນ: ການບັນຊີແຫ່ງລັດ, ການບັນຊີຂອງຫົວໜ່ວຍວິສາຫະກິດຕ່າງໆ, ການບັນຊີຂອງຫົວໜ່ວຍທີ່ບໍ່ສະແຫວງຫາຜົນກຳໄລ, ລະບົບທະນາຄານ ແລະ ສ່ວຍສາອາກອນ.