ກຸ່ມວິຊາຂອງຫລັກສູດການປະກອບກິດຈະການ

ວິຊາການປະກອບກິດຈະການ ສຶກສາລັກສະນະຂອງນັກປະກອບກິດຈະການ, ບົດບາດຂອງການປະກອບກິດຈະການໃນສັງຄົມ ​ແລະ ສຶກສາຂະບວນການປະກອບກິດຈະການໃນສະພາບການຕ່າງໆ. ວິຊານີ້ສຶກສາບັນຫາທີ່ປິ່ນອ້ອມການສ້າງທຸລະກິດໃໝ່, ຜົນປະໂຫຍດຂອງທຸລະກິດ, ກຳນົດແຫລ່ງຊັບພະຍາກອນທີ່ຈຳເປັນ, ຈັດຫາຊັບພະຍາກອນ, ການຕະຫລາດ, ໂຄງສ້າງການປະກອບທຶນ, ແລະ ດ້ານເຕັກໂນໂລຊີ.  ນັກສຶກສາຈະໄດ້ລົງມືກະກຽມ​ແຜ​ນການປະກອບກິດຈະການຕົວຈິງ.  ນອກນັ້ນ ວິຊານີ້ ຈະຊ່ວຍນັກສຶກສາຜູ້ທີ່ມີຄວາມມຸ້ງຫວັງຢາກສ້າງຕັ້ງທຸລະກິດ ເພື່ອໃຫ້ເຂົ້າໃຈລັກສະນະຂອງນັກປະກອບກິດຈະການ ແລະ ສະພາບການໃນການເປັນເຈົ້າຂອງທຸລະກິດ.  ວິຊານີ້ ຈະສຸມໃສ່ການກຳນົດ ແລະປະເມີນໂອກາດເພື່ອດຳເນີນທຸລະກິດ, ຂຸດຄົ້ນທ່າແຮງດ້ານການປະກອບກິດຈະການ ຂອງນັກສຶກສາ, ແລະ ກະກຽມການສ້າງຕັ້ງທຸລະກິດໃໝ່.